ການຄົ້ນຄວ້າປັບປຸງອັດຕາການເກັບຄ່າທໍານຽມ ແລະ ຄ່າບໍລິການຂອງຂະແໜງການ ຍທຂ.
ໃນວັນທີ 23 ທັນວາ 2025, ທີ່ເມືອງ ວັງວຽງ, ແຂວງວຽງຈັນ, ກົມແຜນການ ແລະ ການເງິນໃນນາມເປັນເສນາທິການຄຸ້ມຄອງລາຍຮັບວິຊາການ ແລະ ລາຍຮັບຕ່າງໆຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມ ຄົ້ນຄວ້າປັບປຸງອັດຕາການເກັບຄ່າທໍານຽມ ແລະ ຄ່າບໍລິການຕ່າງໆ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງໂຍທາທິການ ແລະ ຂົນສົ່ງ. ໃຫ້ກຽດເປັນປະທານໂດຍທ່ານ ວັນນະສອນ ຂໍເທບວົງສາ, ຮອງຫົວໜ້າກົມແຜນການ ແລະ ການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ. ກອງປະຊຸມຄັ້ງນີ້ມີຕາງໜ້າຈາກກະຊວງການເງິນ, ບັນດາກົມ, ກອງວິຊາການ ແລະ ລັດວິສະຫະກິດອ້ອມຂ້າງກະຊວງໂຍທາທິການ ແລະ ຂົນສົ່ງເຂົ້າຮ່ວມ.
ການເກັບຄ່າທຳນຽມ ແລະ
ຄ່າບໍລິການແມ່ນໄດ້ມີຫຼັກການ ແລະ ລະບຽບການໃນການຈັດເກັບຢ່າງລວມສູນ ແລະ ອີງຕາມລັດຖະບັນຍັດ
002/ປປທ,
ລົງວັນທີ 17
ມິຖຸນາ 2021. ທຸກລາຍຮັບແມ່ນເກັບເຂົ້າເປັນແຫຼ່ງລາຍຮັບຂອງລັດຖະບານ.
ເນື່ອງຈາກການຂະຫຍາຍຕົວຂອງເສດຖະກິດ ແລະ ປະເທດເຮົາມີການພັດທະນາເປັນແຕ່ລະໄລຍະ, ເຫັນວ່າອັດຕາການເກັບໃນປັດຈຸບັນແມ່ນ ບໍ່ສອດຄ່ອງກັບຕົ້ນທຶນຕົວຈິງທີ່ເພີ່ມຂຶ້ນ,
ເປັນຕົ້ນແມ່ນຄ່າຈ້າງງານ, ຄ່າວັດຖຸອຸປະກອນທີ່ທັນສະໄໝ ແລະ ການລົງທຶນໃນເຕັກໂນໂລຊີທີ່ທັນສະໄໝມີມູນຄ່າສູງ.

ກອງປະຊຸມໄດ້ຮັບຟັງການສະເໜີຈາກຜູ້ຕາງໜ້າຈາກບັນດາກົມວິຊາການຂອງກະຊວງ ຍທຂ ສະເໜີກ່ຽວກັບ ການປັບປຸງຄ່າທໍານຽນທີ່ຕິດພັນກັບແຕ່ລະພາກສ່ວນ, ພ້ອມທັງໄດ້ຮັບຟັງການສະເໜີຂອງຜູ້ຕາງໜ້າຈາກກົມສ່ວຍສາອາກອນ, ກະຊວງການເງິນກ່ຽວກັບລະບຽບການທີ່ໄດ້ລະບຸໄວ້ໃນລັດຖະບັນຍັດ 002/ປປທ ຕິດພັນກັບປັບປຸງຖານລາຍຮັບຈາກດໍາລັດເກົ່າ, ສະເໜີປັບປຸງໃໝ່ ແລະ ນິຕິກໍາການຄຸຸ້ມຄອງຕິດຕາມລາຍຮັບ, ການຂື້ື້ນແຜນທີ່ຕິດພັນກັບລາຍຮັບຄ່າບໍລິການ ແລະ ຄ່າທໍານຽມ.
ກອງປະຊຸມນີ້
ມີແຜນດໍາເນີນເປັນເວລາ 2 ວັນ, ວັນທີ່ 23-24 ທັນວາ 2025 ແລະ ຜູ້ເຂົ້າຮ່ວມທັງໝົດຈະໄດ້ແລກປ່ຽນຄໍາຄິດຄໍາເຫັນ
ແລະ ຄົ້ນຄວ້າກ່ຽວກັບຄ່າທຳນຽມ ແລະ ຄ່າບໍລິການ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ. ລວມທັງການສະເໜີປັບປຸງໃໝ່
ແລະ ເພີ່ມລາຍການເຂົ້າໃໝ່ ຫຼື ການສະເໜີລົບລ້າງບາງລາຍການເຊັ່ນ: ຂະແໜງທາງນໍ້າ,
ການບິນພົນລະເຮືອນ,
ເຄຫາ-ຜັງເມືອງ ແລະ
ອື່ນໆ.
Article Info
Related Articles
ແຈ້ງການເລກທີ່ 2095/ຍທຂ.ນວ ລົງວັນທີ 06 ມີນາ 2026 ກ່ຽວກັບການພົວພັນຮັບຄ່າຊົດເຊີຍສະເພາະເຈົ້າຂອງກໍາມະສິດຕອນດີນຕາມແລວເສັ້ນທາງລົດໄຟລາວ-ຈີນ.
March 18, 2026
ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕິກິຊວງ ໂຍທາທິການ ແລະ ຂົນສົ່ງ ພົບປະ ທ່ານ ສອນທະນູ ທໍາມະວົງ ເລຂາຄະນະບໍລິຫານງານ ພັກແຂວງ ບໍລິຄໍາໄຊ
March 13, 2026
ການຟື້ນຟູ ການກໍ່ສ້າງທາງຫຼວງແຫ່ງຊາດ ເລກ 8 (ຊ້ວງໄດ້ຮັບຜົນກະທົບໄພພິບັດໃນປີ2023 ໄລຍະ 8 ກມ) ສໍາເລັດ 95.05%
March 12, 2026
ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ຍທຂ ລົງຊຸກຍູ້ການຈັດຕັ້ງປະຕິບັດໂຄງການກໍ່ສ້າງຕາຝັ່ງຕ້ານເຈື່ອນແຄມນໍ້າຊັນ
March 12, 2026
