ທ່ານລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ປະທານສະພາບໍລິຫານ ບໍລິສັດ ໂກນິນໂກ
ວັນທີ 18 ມີນາ 2026, ທ່ານ ເຫຼັກໄຫຼ ສີວິໄລ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດຣ ຮາ ມິນ (Dr Ha Minh), ປະທານສະພາບໍລິຫານ ບໍລິສັດ ໂກນິນໂກ ເນື່ອງໃນໂອກາດທີ່ມາເຮັດພາລະກິດຢູ່ ສປປ ລາວ ວັນທີ 18 ມີນາ 2026, ທ່ານ ເຫຼັກໄຫຼ ສີວິໄລ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດຣ ຮາ ມິນ (Dr Ha Minh), ປະທານສະພາບໍລິຫານ ບໍລິສັດ ໂກນິນໂກ ເນື່ອງໃນໂອກາດທີ່ມາເຮັດພາລະກິດຢູ່ ສປປ ລາວ
ທ່ານລັດຖະມົນຕີ
ໄດ້ສະແດງຄວາມຍິນດີຕ້ອນຮັບ ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບ. ທ່ານ ດຣ ຮາ ມິນ ທີ່ໃຫ້ຄວາມສໍາຄັນໃນການຮ່ວມມືກັບກະຊວງ ໂຍທາທິການ ແລະ ຂົນສົ່ງໃນການເຊື່ອມຈອດເຊື່ອມໂຍງ. ນອກຈາກການປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງການພັດທະນາຕົວເມືອງຕາມແລວທາງອານຸພາກພື້ນແມ່ນໍ້າຂອງ 4 ແລ້ວ, ທ່ານ ລັດຖະມົນຕີໄດ້ລາຍງານຄວາມຄືບໜ້າກ່ຽວກັບການພັດທະນາພື້ນຖານໂຄງລ່າງເພື່ອເຊື່ອມຈອດກັບ ສສ ຫວຽດນາມ, ສົ່ງເສີມການເຊື່ອມຈອດເຊື່ອມໂຍງ, ການຄ້າ ແລະ ການໄປມາຫາສູ່ລະຫວ່າງສອງປະເທດ.
ທ່ານ ດຣ ຮາ ມິນ ໄດ້ກ່າວວ່າການມາຢ້ຽມຢາມ ແລະ ເຮັດພາລະກິດຢູ່ ສປປ ລາວຄັ້ງນີ້ແມ່ນເປັນສ່ວນໜຶ່ງຂອງການຕິດຕາມຄວາມຄືບໜ້າຂອງໂຄງການທີ່ ບໍລິສັດ ໂກນິນໂກ (CONINCO) ກຳລັງດຳເນີນຢູ່ ໂດຍສະເພາະແມ່ນໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນ້ຳຂອງ 4 ລະຫວ່າງ ກົມເຄຫານ ແລະ ຜັງເມືອງ ກະຊວງໂຍທາທິການ ແລະ ຂົນສົ່ງ.ທ່ານປະທານສະພາບໍລິຫານ ບໍລິສັດ ໂກນິນໂກ ໄດ້ຂໍສະແດງຄວາມນັບຖື ແລະ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ເຂົ້າພົບປະ ແລະ ເຂົ້າຢ້ຽມຢາມ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ.
Article Info
Related Articles
ແຈ້ງການເລກທີ່ 2095/ຍທຂ.ນວ ລົງວັນທີ 06 ມີນາ 2026 ກ່ຽວກັບການພົວພັນຮັບຄ່າຊົດເຊີຍສະເພາະເຈົ້າຂອງກໍາມະສິດຕອນດີນຕາມແລວເສັ້ນທາງລົດໄຟລາວ-ຈີນ.
March 18, 2026
ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕິກິຊວງ ໂຍທາທິການ ແລະ ຂົນສົ່ງ ພົບປະ ທ່ານ ສອນທະນູ ທໍາມະວົງ ເລຂາຄະນະບໍລິຫານງານ ພັກແຂວງ ບໍລິຄໍາໄຊ
March 13, 2026
ການຟື້ນຟູ ການກໍ່ສ້າງທາງຫຼວງແຫ່ງຊາດ ເລກ 8 (ຊ້ວງໄດ້ຮັບຜົນກະທົບໄພພິບັດໃນປີ2023 ໄລຍະ 8 ກມ) ສໍາເລັດ 95.05%
March 12, 2026
ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ຍທຂ ລົງຊຸກຍູ້ການຈັດຕັ້ງປະຕິບັດໂຄງການກໍ່ສ້າງຕາຝັ່ງຕ້ານເຈື່ອນແຄມນໍ້າຊັນ
March 12, 2026
